ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີ​ ຈິ້ນ​ຜິງ ລົງ​ສຳ​ຫຼວດ-ຄົ້ນຄວ້າ ຢູ່​ນະຄອນຫຼວງ​ປັກ​ກິ່ງ ແລະ ແຂວງ​ເຮີ​ເປີຍ​, ສປ ຈີນ

     ສຳນັກຂ່າວຊິນຣວາ, ວັນ​ທີ 10 ພະຈິກນີ້, ທ່ານ ສີ​ ຈິ້ນ​ຜິງ ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,
ປະທານ​ປະເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ ໄດ້​ສຳ​ຫຼວດ​ຄົ້ນຄວ້າ​ວຽກ​ງານ​ກໍ່ ສ້າງ​ຄືນໃໝ່​ຫຼັງ​ໄພພິບັດ​
ຢູ່​ນະຄອນຫຼວງ​ປັກ​ກິ່ງ ແລະ​ ແຂວງ​ເຮີ​ເປີຍ​ຂອງ​ຈີນ. ລະຫວ່າງ​ທ້າຍ​ເດືອນກໍລະກົດ ຫາ ຕົ້ນ​ເດືອນ ສິງຫາ ປີ​ນີ້, ແຂວງ​ຕ່າງໆ​ຂອງ​
ຈີນ ເຊັ່ນ: ພາກ​ເໜືອ ແລະ ເຂດ​ລະຫວ່າງ​ທິດໃຕ້​ແມ່ນ້ຳ​ເຫຼືອງ ກັບ​ທິດເໜືອ​ແມ່ນ້ຳ​ຮວາຍ​ເຮີ​ໄດ້​ມີ​ຝົນຕົກ​ແຮງ​ທີ່​ສຸດ ຈົນ​ເຮັດ​ໃຫ້​
ເກີດ​ໄພ​ນໍ້າ​ຖ້ວມ ແລະ ໄພພິບັດ​ທໍລະນີ​ຕ່າງໆ, ຢູ່​ນະຄອນຫຼວງ​ປັກ​ກິ່ງ ແລະ ແຂວງ​ເຮີ​ເປີຍ ມີ​ປະຊາຊົນ​ຈຳນວນ​ຫຼາຍ​ເສຍ​ຊີວິດ
ແລະ ບາດເຈັບ. ວັນ​ທີ 10 ພະຈິກ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ ​ໄດ້​ໄປຮອດ​ເມືອງ ​ເມີນ​ໂທ​ໂກ່​ ຂອງ​ນະຄອນຫຼວງ​ປັກ​ກິ່ງ ​ແລະ ນະຄອນ
​ປາວ​ຕີ້ງ​ຂອງ​ແຂວງ​ເຮີ​ເປີຍ​ເພື່ອ​ຊອກ​ຮູ້​ສະພາບ​ການ​ກໍ່ສ້າງ​ຄືນໃໝ່​ຫຼັງ​ໄພ​ພິ​ບັດ​​.

     ໂອກາດ​ດັ່ງກ່າວ, ທ່ານ ​ສີ ​ຈິ້ງ​ຜິງ ​ເນັ້ນ​ໜັກ​ວ່າ: ຄະນະ​ພັກ ແລະ ອົງການ​ປົກຄອງ​ທ້ອງຖິ່ນ​ຂັ້ນ​ຕ່າງໆ ພ້ອມ​ຝ່າຍ​ຕ່າງໆ​ທີ່​ກ່ຽວ
ຂ້ອງ​ຕ້ອງ​ຕັ້ງໃຈ​ຈັດ​ຕັ້ງ​ປະຕິບັດ​ການ​ຈັດ​ວາງ ແລະ ການ​ຕົກລົງ​ນະໂຍບາຍ​ຂອງ​ສູນ​ກາງ​ພັກ, ເຮັດ​ວຽກ​ການ​ຟື້ນ​ຟູ ແລະ ກໍ່ສ້າງ​ຄືນ
ໃໝ່​ຫຼັງ​ໄພ​ພິບັດໃຫ້​ດີ, ຮັບປະກັນ​ປະຊາຊົນ​ອັນ​ມະຫາສານ​ຢູ່​ເຢັນ​ເປັນ​ສຸກ ແລະ ດຳລົງ​ຊີວິດ​ໃນ​ລະດູ​ໜາວ​ຢ່າງ​ອົບ​ອຸ່ນ. ພ້ອມ​ກັນ​
ນັ້ນ, ຕ້ອງ​ເລັ່ງ​ລັດ​ປັບປຸງ​ລະບົບ​ໂຄງການ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ໃຫ້​ສົມບູນ, ຍົກ​ຄວາມ​ສາມາດ​ປ້ອງ​ກັນຫຼຸດຜ່ອນ ແລະ ກອບ​ກູ້​ໄພ
ພິບັດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/11/2023